ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ຮາລອງເບ! ອ່າວທີ່ສວຍງາມ ທີ່ທ່ານບໍ່ຄວນພາດເມື່ອມາຫວຽດນາມ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 15:10
ພາບຈາກ: hellovietnamtravel

          ອ່າວຮາລ່ອງ (ຫວຽດນາມ : Vinh Ha Long) ເປັນອ່າວແຫ່ງໜຶ່ງໃນພື້ນທີ່ຂອງອ່າວຕັງເກ໋ຍ ທາງຕອນເໜືອຂອງປະເທດຫວຽດນາມ ໃກ້ຊາຍ ແດນຕິດຕໍ່ກັບປະເທດຈີນມີພື້ນທີ່ທັງໝົດ 1.500 Km2 ແລະ ມີຊາຍຝັ່ງຍາວ 120 Km ຢູ່ຫ່າງຈາກກຸງຮານຢູໄປທາງຕາເວັນອອກ 170 Km ຊື່ຕາມ ການອອກສຽງໃນພາສາຫວຽດນາມຂຽນວ່າ “Vinh Ha Long” ໝາຍເຖິງ “ອ່າວແຫ່ງມັງກອນຜູ້ດຳດິ່ງ”.


ພາບຈາກ: ngexplore

          ໃນອ່າວຮາລ່ອງມີເກາະຫີນປູນຈຳນວນ 1,969 ເກາະໄດ້ພົ້ນຂຶ້ນມາຈາກພື້ນຜິວທະເລ ເທິງຍອດຂອງແຕ່ລະເກາະມີຕົ້ນໄມ້ຂຶ້ນຢູ່ຢ່າງໜາແໜ້ນ ຫຼາຍເກາະມີຖ້ຳຂະໜາດໃຫຍ່ຢູ່ພາຍໃນ ຖ້ຳທີ່ໃຫຍ່ທີ່ສຸດໃນບໍລິເວນອ່າວຄື ຖ້ຳເສົາໄມ້ ຫຼື ຊື່ ເດີມວ່າ (Grotte des Merveilles) ເຊິ່ງຖໍ້ານີ້ຖືກຕັ້ງຊື່ ໂດຍນັກທ່ອງທ່ຽວຊາວຝຣັ່ງເສດທີ່ເຂົ້າມາຢ້ຽມຊົມອ່າວເມື່ອທ້າຍຄິດສັກກະລາດທີ່ 19 ພາຍໃນຖ້ຳປະກອບດ້ວຍໂພ້ງກວ້າງ3ໂພ້ງມີຫີນງອກ ແລະ ຫີນ ຍ້ອຍຂະໜາດໃຫຍ່ຈຳນວນຫຼາຍ ເກາະທີ່ມີຂະໜາດໃຫຍ່ທີ່ສຸດໃນບໍລິເວນອ່າວ 2 ເກາະ ເຊິ່ງທັງສອງເກາະນີ້ມີຄົນຕັ້ງຖິ່ນຖານຢູ່ຢ່າງຖາວອນເທິງ ເກາະ
ມີໂຮງແຮມ ແລະ ­ຊາຍຮາດຈຳນວນຫຼາຍທີ່ໃຫ້ບໍລິການແກ່ນັກທ່ອງທ່ຽວ ສ່ວນເກາະຂະໜາດນ້ອຍອື່ນໆ ບາງເກາະກໍ່ມີຊາຍຮາດທີ່ສວຍງາມທີ່ນັກທ່ອງ ທ່ຽວນິຍົມໄປຢ້ຽມຊົມ ບາງເກາະເປັນທີ່ຕັ້ງຂອງໝູ່ບ້ານຊາວປະມົງ ແລະ ບາງເກາະຍັງເປັນຖິ່ນອາໄສຂອງສັດຫຼາຍຊະນິດເຊັ່ນ: ໄກ່ປ່າ, ລິງ ແລະ ກິ່ງກ່າ
ຫຼາຍຊະນິດ ເກາະເຫຼົ່ານີ້ມັກຈະໄດ້ຮັບການຕັ້ງຊື່ຈາກຮູບຮ່າງລັກສະນະທີ່ແປກຕາເຊັ່ນ: ເກາະຊ້າງ (Voi Islet)  ເກາະໄກ່ຕີ (Ga Choi Islet)  
ເກາະ ຫຼັງຄາ (Mai Nha Islet) ເປັນຕົ້ນ.


ພາບຈາກ: peru

          ຕາມຕຳນານພື້ນບ້ານໄດ້ກ່າວໄວ້ວ່າໃນອະດີດດົນນານມາແລ້ວລະຫວ່າງທີ່ຊາວຫວຽດນາມກຳລັງຕໍ່ສູ້ກັບກອງທັບຊາວຈີນຜູ້ຮຸກຮານເທບ
ພະເຈົ້າໄດ້ສົ່ງກອງ ທັບມັງກອນລົງມາຊ່ວຍປົກປ້ອງແຜ່ນດິນຫວຽດນາມ ມັງກອນເຫຼົ່ານີ້ໄດ້ມຸດລົງສູ່ທ້ອງທະເລບໍລິເວນທີ່ເປັນອ່າວຮາລ໋ອງ
ໃນປັດຈຸບັນ ເຮັດໃຫ້ມີອັນຍະມະນີ ແລະ ຍົກຟົ້ງກະຈາຍອອກ ອັນຍະມະນີເຫຼົ່ານີ້ກາຍເປັນເກາະແກ້ງນ້ອຍໃຫຍ່ກະຈາຍຢູ່ທົ່ວອ່າວ ເປັນເກາະ
ປ້ອງກັນຜູ້ຮຸກຮານ ເຮັດໃຫ້ຊາວຫວຽດນາມປົກປ້ອງແຜ່ນ ດິນຂອງພວກເຂົາໄດ້ສຳເລັດ ແລະກໍ່ຕັ້ງປະເທດເຊິ່ງຕໍ່ມາກໍ່ຄືຫວຽດນາມ
ໃນປັດຈຸບັນ ບາງຕຳນານສະໄຫມໃຫມ່ກໍ່ກ່າວໄວ້ວ່າ ປະຈຸບັນຍັງມີສັດໃນຕຳນານທີ່ ຊື່ວ່າ: Tarasque ອາໄສຢູ່ທີ່ກົ້ນອ່າວ.


ພາບຈາກ: fansshare

          ອ່າວຮາລ໋ອງໄດ້ຮັບການໄດ້ຮັບການລົງທະບຽນເປັນມໍລະດົກໂລກໃນການປະຊຸມຄະນະກຳມະການມໍລະດົກໂລກສະໄໝສາມັນຄັ້ງທີ່ 18 ເມື່ອ
ວັນທີ່ 17 ທັນວາ 2015 ທີ່ພູເກັດ ປະເທດໄທ ດ້ວຍຂໍກໍານົດ ແລະ ຫຼັກເກນໃນການພິຈາລະນາດັ່ງນີ້:
(vii) ເປັນຕົວຢ່າງທີ່້ເດັ່ນຊັດຂອງການເປັນຕົວແທນໃນວິວັດທະນາການສຳຄັນຕ່າງໆໃນອະດີດຂອງໂລກເຊັ່ນ ຍຸກສັດເລືອຄານ, ຍຸກນ້ຳແຂງ ເຊິ່ງສະທ້ອນໃຫ້ເຫັນເຖິງການພັດທະນາຄວາມຫຼາກຫຼາຍທາງທຳມະຊາດເທິງພື້ນໂລກ.
(ix) ເປັນແຫຼ່ງທີ່ເກີດຈາກປາກົດການທາງທຳມະຊາດທີ່ມີເອກະລັກຫາຍາກ ຫຼື ສວຍງາມເປັນພິເສດເຊັ່ນ ແມ່ນ້ຳ, ນ້ຳຕົກ, ພູເຂົາ. 

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting